ການຮັບຮອງຕຳແໜ່ງ ຂອງ Donald Trump.
ສະພາ ຂອງສະຫະຣັດອາເມຣິກາ ໄດ້ຮັບຮອງປະທານາທິບໍດີ Donald Trump ວ່າເປັນຜູ້ຊນະ ການເລືອກຕັ້ງ ໃນປີ 2024.
ຂະບວນການ ໄດ້ມີຂຶ້ນ ໃນວັນຈັນ (6 ມັງກອນ) ໂດຍບໍ່ມີການຄັດຄ້ານ, ກົງກັນຂ້າມກັບສີ່ປີກ່ອນ ເມື່ອກຸ່ມຜູ້ສນັບສນູນ Trump ໄດ້ບຸກເຂົ້າຕຶກຣັຖສະພາ (the Capitol).
Jessica Bahr ແລະ Sophie Bennett ລາຍງານ.
"ພວກເຮົາ ຈະບໍ່ມີວັນຍອມແພ້, ພວກເຮົາຈະບໍ່ຍອມຮັບ, ມັນຈະບໍ່ເກີດຂຶ້ນ. ທ່ານບໍ່ຍອມຮັບ ເມື່ອມີການລັກຂະໂມຍມາກ່ຽວຂ້ອງ."
ໃນປີ 2020, DonaldTrump ໄດ້ເສັຍໄຊການເລືອກຕັ້ງ ຂອງສະຫະຣັດອາເມຣິກາ ໃຫ້ Joe Biden.
ໃນຂໍ້ຄວາມ ໃນສື່ອອນລາຍ X, Trump ໄດ້ປະກາດວ່າ ຈະມີການຊຸມນຸມ, ໂດຍອ້າງວ່າ ການເລືອກຕັ້ງນັ້ນ "ຖືກລັກໄປ".
ການຊຸມນຸມນັ້ນ ໄດ້ກາຍເປັນຄວາມວຸ້ນວາຍ ໃນຂນະທີ່ ຜູ້ສນັບສນູນTrump ໄດ້ໂຈມຕີຕຶກຣັຖສະພາ (Capitol) ຂອງສະຫະຣັດອາເມຣິກາ ຢ່າງຮຸນແຮງ.
ບັດນີ້ ການຕໍ່ສູ້ເພື່ອຜູ້ຊາຍຄົນນັ້ນ ກໍແມ່ນຜູ້ທີ່ກໍາລັງຈະກັບຄືນມາມີອໍານາດອີກ.
"ການປະກາດ ສະຖານະການ ຂອງການລົງຄະແນນສຽງ ຂອງປະທານສະພາສູງນີ້ ຈະຖືວ່າເປັນການປະກາດ ທີ່ພຽງພໍຂອງບຸກຄົນ ທີ່ຖືກເລືອກ ໃຫ້ເປັນ ແລະຮອງປະທານາທິບໍດີ ຂອງສະຫະຣັດອາເມຣິກາ, ແຕ່ລະຄົນ ມີວາຣະຈະເລີ່ມຕົ້ນ ໃນວັນທີ 20 ເດືອນມັງກອນ ປີ 2025."
ຮອງປະທານາທິບໍດີ Kamala Harris ທີ່ອອກຈາກຕໍາແຫນ່ງ ໄດ້ປະກາດຢ່າງເປັນທາງການ ເຖິງໄຊຊນະຂອງ Donald Trump-ແລະຄວາມພ່າຍແພ້ຂອງນາງເອງ-ໃນການເລືອກຕັ້ງ ປະທານາທິບໍດີ ປີ 2024.
ຂັ້ນຕອນທັງຫມົດ ໄດ້ເກີດຂຶ້ນຢ່າງໄວ ແລະບໍ່ມີຄວາມວຸ້ນວາຍ-ຊຶ່ງກົງກັນຂ້າມກັບສີ່ປີກ່ອນ.
"ເຫັນໄດ້ຢ່າງຊັດແຈ້ງວ່າ ມື້ນີ້ ເປັນມື້ທີ່ສໍາຄັນຫລາຍ ແລະມັນແມ່ນສິ່ງທີ່ຄວນ ເປັນມາດຕະຖານ ແລະສິ່ງທີ່ຄົນອາເມຣິກັນ ຄວນຖືວ່າ ເປັນສິ່ງປົກກະຕິ, ຊຶ່ງເປັນໜຶ່ງ ຂອງເສົາຫລັກທີ່ສໍາຄັນທີ່ສຸດ ຂອງລະບອບປະຊາທິປະໄຕຂອງເຮົາ ຄືຈະມີການຖ່າຍໂອນອໍານາດ ຢ່າງສັນຕິ."
Trump ຖືກຟ້ອງຮ້ອງ ໃນຂໍ້ຫາທີ່ມີບົດບາດ ໃນການກໍ່ຄວາມວຸ້ນວາຍ ໃນເດືອນສິງຫາ ປີ 2023, ແຕ່ຫລັງຈາກໄດ້ຖືກເລືອກ ໃຫ້ເປັນປະທານາທິບໍດີ ປີກາຍນີ້, ອັຍການ ກໍຖອນຟ້ອງ.
"ເຖິງແມ່ນວ່າ ຜູ້ເຂົ້າຮ່ວມຈຳນວນຫລາຍ ໃນການໂຈມຕີ Congress ໃນວັນທີ 6 ເດືອນມັງກອນ ໄດ້ຖືກດຳເນີນຄະດີ ແລະຖືກຕັດສິນຕິດຄຸກ, ແຕ່ Trump ເອງກໍຫຼົບຫລີກ ຈາກຂະບວນການ ທາງກົດຫມາຍ. ໃນທາງເຕັກນິກແລ້ວ ມັນຈະສາມາດຟື້ນຄືນມາໃຫມ່ໄດ້ ພາຍໃນສີ່ປີ ເມື່ອ Trump ອອກຈາກຕຳແໜ່ງປະທານາທິບໍດີ ແຕ່ມັນກໍເປັນໄປໄດ້ຍາກຫຼາຍ."
ນັ້ນແມ່ນ John Hart, ຜູ້ຊ່ຽວຊານ ດ້ານການປົກຄອງ ສະຫະຣັດອາເມຣິກາ ແລະເປັນສະມາຊິກ ຂອງຄນະກິດຕິມະສັກ ຂອງມະຫາວິທະຍາໄລແຫ່ງຊາດອອສເຕຣເລັຍ (the Australian National University).
ລາວເວົ້າວ່າ ລາວເຊື່ອວ່າ ການຈະຣາຈົນ ແລະຜົນທີ່ຕາມມາຂອງມັນ ໄດ້ເພີ່ມສິ່ງທີ່ລາວອະທິບາຍວ່າ ເປັນ "ການແບ່ງແຍກຂັ້ວນຢ່າງຮຸນແຮງ (Extreme Polarisation)" ໃນການເມືອງ ຂອງສະຫະຣັດອາເມຣິກາ.
ໃນລະຫວ່າງການຈະຣາຈົນ, ຕໍາຫລວດໄດ້ຖືກທຳຮ້າຍຮ່າງກາຍ, ສຳນັກງານຖືກທໍາລາຍ ແລະຖືກປຸ້ນສະດົມ, ແລະນັກການເມືອງຫລາຍຄົນ ໄດ້ລີ້ຊ່ອນຕົວ ຫລືຫຼົບໜີອອກໄປ.
ຄ່າຂອງຄວາມເສັຍຫາຍ ຈາກການຍຶດຕຶກນັ້ນ ຄາດວ່າຈະຕ່ຳກວ່າ 4.5ລ້ານໂດລາອອສເຕຣເລັຍ (ຫລາຍກວ່າ 2.8 ລ້ານໂດລາສະຫະຣັດອາເມຣິກາ) ແລະ 1,561 ຄົນ ໄດ້ຖືກຕັ້ງຂໍ້ຫາ ກ່ຽວກັບການມີສ່ວນຮ່ວມຂອງເຂົາເຈົ້າ.
Mr Hart ກ່າວວ່າ ການຈະຣາຈົນນັ້ນ ເປັນຄວາມພ່າຍແພ້ອັນໃຫຍ່ຫລວງ ຂອງຫຼັກການກົດຫມາຍ ໃນສະຫະຣັດອາເມຣິກາ.
"Trump ໄດ້ກ່າວເຖິງການໃຫ້ອະພັຍໂທດ ແກ່ຜູ້ມີສ່ວນຮ່ວມ ທີ່ຖືກຕັດສິນວ່າ ມີຄວາມຜິດໃນເຫດການ ຂອງວັນທີຫົກ ເດືອນມັງກອນ,ຊຶ່ງຈະປີ້ນຫຼັກການ ເລື່ອງຄວາມຮັບຜິດຊອບ ຂອງຄວາມຍຸດຕິທັມ,ແລະຫຼັກການກົດຫມາຍ ໃນອາເມຣິກາ. ສະນັ້ນ, ມັນຈຶ່ງເປັນຄວາມພ່າຍແພ້ອັນໃຫຍ່ຫລວງ ໃນໄລຍະສີ່ປີທີ່ຜ່ານມາ. ທຸກຢ່າງ ອຳນວຍຜົນປໂຍດແກ່ Trump."
Brendon O'Connor ເປັນສາດສະດາຈານ ເລື່ອງການເມືອງ ແລະຄວາມສໍາພັນຕ່າງປະເທດ ຂອງສະຫະຣັດອາເມຣິກາ ທີ່ມະຫາວິທະຍາໄລ Sydney.
ລາວເວົ້າວ່າ ລາວເຊື່ອວ່າ ຜົນກະທົບທີ່ຍິ່ງໃຫຍ່ທີ່ສຸດ ຂອງການຈະຣາຈົນນັ້ນ ແມ່ນການແຜ່ຂຍາຍຢ່າງກວ້າງ ຂອງລັດທິປະຕິເສດການເລືອກຕັ້ງ (Election Denialism) ແລະຄວາມບໍ່ໄວ້ວາງໃຈ ໃນຄວາມຈິງທີ່ມີຢູ່.
"ທ່ານສາມາດເວົ້າຫຍັງກໍໄດ້ ຕາມທີ່ທ່ານຕ້ອງການ ໃນຕອນນີ້ ໃນທາງການເມືອງ, ແລະເຫັນໄດ້ຢ່າງຊັດແຈ້ງວ່າ Donald Trump ສາມາດເຮັດໄດ້ໃນສິ່ງນັ້ນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ສໍາລັບຂ້າພະເຈົ້າ, ເຊັ່ນດຽວກັບການບຸກຕຶກ Capitol ແລະຕໍາຫລວດທີ່ໄດ້ຮັບບາດເຈັບໃນມື້ນັ້ນ ແລະຄວາມຮູ້ສຶກ ຂອງຄວາມສັບສົນທີ່ເກີດຂຶ້ນ ແລະຄວາມຮູ້ສຶກ ຂອງສິ່ງຕ່າງໆ ທີ່ບໍ່ສາມາດຄວບຄຸມໄດ້ ເປັນເວລາສອງສາມຊົ່ວໂມງ, ຕາມບໍຣິບົດ ທີ່ກວ້າງ (the Broader Context) ນັ້ນ, ອາດເປັນສິ່ງສໍາຄັນທີ່ສຸດ."
Mr Hart ກ່າວວ່າ ໃນສະພາບການທາງການເມືອງ ໃນປະຈຸບັນ, ມັນເປັນໄປໄດ້ ທີ່ເຫດການທີ່ຄ້າຍຄືກັນນີ້ ອາດເກີດຂຶ້ນອີກ.
"ກັບຄືນໄປໃນປີ 2016, ຕອນ Trump ໄດ້ປາກົດຕົວ ເປັນເທື່ອທໍາອິດໃນບົດບາດ ທາງການເມືອງລະດັບຊາດ, ຂ້າພະເຈົ້າບໍ່ເຄີຍນຶກຝັນເລີຍວ່າ ສິ່ງນີ້ຈະເກີດຂຶ້ນ... ຄົນສ່ວນຫລາຍກໍເຊັ່ນກັນ. ມັນຈະເກີດຂຶ້ນອີກຫຼືບໍ່? ແມ່ນແລ້ວ, ຂ້າພະເຈົ້າຄິດວ່າ ມັນຈະເປັນໄປໄດ້ ເພາະຣັຖທັມມະນູນຂອງສະຫະຣັດອາເມຣິກາ ອ່ອນແອກວ່າ ທີ່ຜູ້ສັງເກດການຫລາຍຄົນຄິດໄວ້ຫຼາຍ ໃນຄວາມສາມາດ ໃນການກວດສອບ ແລະຄວາມຖ່ວງດຸນອໍານາດ ໃນລະບົບ ເພື່ອໃຫ້ຜູ້ປົກຄອງຮັບຜິດຊອບ."
ແລະ Mr O'Connor ກໍເຫັນພ້ອມ.
"ຂ້າພະເຈົ້າຄິດວ່າ ຄວາມສງົບຮຽບຮ້ອຍ ຂອງພົນລະເມືອງ ໃນລະດັບຫນຶ່ງ ຖືກທໍາລາຍ. ແລະການຂາດຜົນສະທ້ອນ ຕໍ່ການປະຕິເສດການເລືອກຕັ້ງຂອງ Trump, ແລະການສນັບສນູນ ຜູ້ກໍ່ຄວາມວຸ້ນວາຍ ໃນວັນທີ 6 ເດືອນມັງກອນ... ອາດເປັນການຊຸກຍູ້ ນັກການເມືອງຄົນອື່ນ ໃຫ້ລອງເຮັດສິ່ງນີ້ ໃນອະນາຄົດ."
ເນື້ອເລື່ອງໂດຍ Jessica Bahr ແລະ Sophie Bennett ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌