ວັນສັນຊາດ ອອສເຕຣເລັຍ.
ຜູ້ຄົນເກືອບເຈັດພັນຄົນ ໄດ້ກາຍເປັນພົນລະເມືອງໃຫມ່ ຂອງອອສເຕຣເລັຍ ໃນວັນທີ 17 ກັນຍາ, ໃນຫລາຍກວ່າພິທີ 100 ບ່ອນທົ່ວປະເທດ.
ມື້ນີ້ ເປັນວັນສັນຊາດ ຂອງ, ສເລີມສລອງ ວັນຄົບຮອບ75 ປີຂອງຊາວອອສເຕຣເລັຍ ທີ່ບໍ່ຖືກເບິ່ງວ່າ ເປັນພຽງແຕ່ປະຊາກອນ ຂອງອັງກິດເທົ່ານັ້ນ.
Tys Occhiuzzi ອະທິບາຍ.
Thian Thang ແລະຄອບຄົວຂອງລາວ ເຕັມໄປດ້ວຍຄວາມພາກພູມໃຈ.
Mr Thang, ເມັຍແລະລູກນ້ອຍສາມຄົນຂອງລາວ ກໍາລັງຖ່າຍຮູບຢູ່ ຕໍ່ຫນ້າທຸງຊາດອອສເຕຣເລັຍ, ນຸ່ງເສື້ອຜ້າພະມ້າ ທີ່ສີສັນສວຍງາມຂອງເຂົາເຈົ້າ.
ເຂົາເຈົ້ານຸ່ງເຄື່ອງ ແບບດັ້ງເດີມ ເພາະທຸກຄົນ ກໍາລັງຈະກາຍເປັນພົນລະເມືອງ ຂອງອອສເຕຣເລັຍ ຢ່າງເປັນທາງການ.
Mr Thang ກ່າວກັບ SBS ກ່ອນພິທີໃນເມືອງ Melbourne.
"ຕັ້ງແຕ່ມື້ນີ້ ຫວັງວ່າ ພວກເຮົາຈະໄດ້ຮັບໃບຮັບຮອງ ແລະພວກເຮົາຕື່ນເຕັ້ນຫລາຍ ທີ່ຈະໄດ້ເປັນພົນລະເມືອງ ຂອງອອສເຕຣເລັຍ."
ມັນເປັນການເດີນທາງ ທີ່ຍາວນານ.
Mr Thang ໄດ້ຫຼົບຫນີຈາກປະເທດ Myanmar ແລະໄດ້ໃຊ້ເວລາສິບປີ ຢູ່ປະເທດອິນເດັຍ, ກ່ອນໄດ້ຮັບວີຊາມະນຸດສະທັມ (Humanitarian Visa)ໃນປີ 2018.
ຫລັງຈາກຫລາຍປີ ຂອງຄວາມບໍ່ແນ່ນອນ…
...ໃນທີ່ສຸດ ອະນາຄົດຂອງລາວ ກໍຖືກຢັ້ງຢືນດ້ວຍໃບຮັບຮອງ ການເປັນພົນລະເມືອງ.
ເມື່ອ 75 ປີກ່ອນ, ດ້ວຍນະໂຍບາຍເລື່ອງການຍ້າຍຖິ່ນຖານ ທີ່ແຕກຕ່າງກັນຢ່າງຫລາຍ, ຫລັກການຂອງການເປັນພົນລະເມືອງ ຂອງອອສເຕຣເລັຍ ຈຶ່ງໄດ້ຖືກຈັດຕັ້ງຂຶ້ນ.
ກົດຫມາຍ ວ່າດ້ວຍສັນຊາດ ແລະພົນລະເມືອງ ມີຜົນບັງຄັບໃຊ້ ເມື່ອວັນທີ 26 ມັງກອນ 1949.
ຜູ້ຄົນທີ່ເປັນຊາວອັງກິດ ທີ່ເກີດຢູ່ປະເທດອອສເຕຣເລັຍ, ຫລືຜູ້ອາສັຍຢູ່ ຢ່າງໜ້ອຍຫ້າປີກ່ອນໜ້ານີ້, ຈະກາຍເປັນພົນລະເມືອງອອສເຕຣເລັຍ ໂດຍອັດຕະໂນມັດ ຕາມກົດຫມາຍ.
ເກືອບ 2,500 ຄົນຊຶ່ງສ່ວນໃຫຍ່ ມາຈາກຢູໂຣບ ຈຶ່ງກາຍເປັນພົນລະເມືອງ ໃນປີ 1949.
ປີນີ້, ກຸ່ມພົນລະເມືອງໃຫມ່ ທີ່ໃຫຍ່ທີ່ສຸດ ມາຈາກປະເທດ New Zealand, ຕິດຕາມດ້ວຍ India, ປະເທດອັງກິດ, Philippines ແລະປະເທດຈີນ.
ຮອງສາດສະດາຈານ David Lee ຈາກຄນະມະນຸດສາດ ແລະວິທະຍາສາດສັງຄົມ (School of Humanities and Social Sciences) ຂອງມະຫາວິທະຍາລັຍ New South Wales ກ່າວວ່າ ແມ່ນແຕ່ ຫລັງຈາກທີ່ກົດຫມາຍກ່ຽວກັບການເປັນພົນລະເມືອງ ມີຜົນບັງຄັບໃຊ້ ໃນປີ 1949, ມັນເປັນຂັ້ນຕອນ ຂອງການປ່ຽນແປງ ທີ່ຊ້າ.
"ມີແຕ່ໃນປີ 1967 ເທົ່ານັ້ນ ທີ່ເອກະສານ ຫນັງສືຜ່ານແດນ ຂອງພວກເຮົາ ຖືກເອີ້ນວ່າ ຫນັງສືຜ່ານແດນ ຂອງອອສເຕຣເລັຍ. ສະນັ້ນ, ນີ້ຈຶ່ງເປັນຂັ້ນຕອນ ຂອງການປ່ຽນແປງ ເທື່ອລະນ້ອຍ ຂອງອອສເຕຣເລັຍຈາກການປົກຄອງ ຂອງອັງກິດ, ຊຶ່ງເປັນສ່ວນຫນຶ່ງ ຂອງຈັກກະພັດອັງກິດ, ໄປສູ່ປະເທດຊາດ ທີ່ເປັນອິດສຣະ ແລະຫຼາຍວັດທະນະທັມ."
75 ປີ ນັບຕັ້ງແຕ່ ການນຳໃຊ້ກົດໝາຍພົນລະເມືອງ ຂອງອອສເຕຣເລັຍ, ຫລາຍກວ່າ ຫົກລ້ານຄົນ ໄດ້ກາຍເປັນພົນລະເມືອງໃຫມ່.
Julian Hill ເປັນຜູ້ຊ່ອຍຣັຖມົນຕີ ພົນລະເມືອງ ແລະວັດທະນະທັມ.
ລາວບອກກັບ SBS ວ່າ ວັນພົນລະເມືອງອອສເຕຣເລັຍ ກໍເປັນໂອກາດ ທີ່ຈະຄິດ ກ່ຽວກັບຄວາມເຄັ່ງຕຶງ ບາງຢ່າງໃນປະຈຸບັນ ກ່ຽວກັບຄວາມສາມັກຄີ ທາງສັງຄົມ.
"ວັນພົນລະເມືອງ ບໍ່ພຽງແຕ່ສໍາລັບພົນລະເມືອງໃຫມ່ເທົ່ານັ້ນ. ຊາວອອສເຕຣເລັຍທຸກຄົນ ຕ້ອງຄິດໄຕ່ຕອງວ່າ ເຮົາເປັນໃຜ ແລະເຮົາເປັນປະເທດແບບໃດ. ເລື່ອງລາວຂອງຊາດອອສເຕຣເລັຍ ແມ່ນການເດີນທາງ, ມັນບໍ່ໄດ້ເປັນສະຖານະສຸດທ້າຍ. ເຮົາຈະພັດທະນາ ແລະປ່ຽນແປງຕໍ່ໄປ. ແຕ່ສໍາລັບຊາວອອສເຕຣເລັຍຫລາຍຄົນ-ປະສົບການສໍາລັບຊາວອອສເຕຣເລັຍ ຫລາຍຄົນເກີນໄປ-ຄືຄໍາສັນຍາຂອງຄວາມຍຸດຕິທັມ ຊຶ່ງເປັນແກ່ນສໍາຄັນ ຂອງອອສເຕຣເລັຍ ຫຼາຍວັດທະນະທັມ,ທີ່ຍັງບໍ່ໄດ້ບັນລຸ. ຍັງມີຫລາຍຄົນ ທີ່ປະເຊີນກັບການຈໍາແນກເຊື້ອຊາດ ຫລືການກີດກັນ."
ຢູ່ນອກຫ້ອງການ ຂອງຜູ້ຊ່ອຍຣັຖມົນຕີ ໃນ Melbourne, ກຸ່ມຜູ້ຄົນ ທີ່ບອກວ່າ ເຂົາເຈົ້າໄດ້ຖືກກີດກັນ ມາເປັນເວລາ 12 ປີແລ້ວ.
ໃນບັນດາກຸ່ມຜູ້ປະທ້ວງ ປະມານສິບປາຍຄົນ ແມ່ນ Narges Shaterian ທີ່ມາຈາກປະເທດ Iran.
'ພວກເຮົາເຮັດວຽກຢູ່ທີ່ນີ້, ລູກໆຂອງພວກເຮົາ ໄດ້ເກີດຢູ່ທີ່ນີ້, ລູກໆຂອງພວກເຮົາເຕີບໃຫຍ່ຢູ່ທີ່ນີ້, ພວກເຮົາ ມີສ່ວນຮ່ວມໃນສັງຄົມ. ອອສເຕຣເລັຍ ກໍເປັນບ້ານຂອງເຮົາຄືກັນ. ຂໍໃຫ້ພວກເຮົາ ເອີ້ນອອສເຕຣເລັຍວ່າ ບ້ານຂອງເຮົາ."
Dr Elnaz Tavancheh ມີປະຣິນຍາເອກ ໃນການຄົ້ນຄວ້າ ເລື່ອງໂຣກມະເລັງ, ແລະກ່າວວ່າ ນາງໄດ້ປິ່ນປົວຊາວອອສເຕຣເລັຍ ທີ່ເປັນມະເລັງທີ່ຫາຍາກ.
"ຂ້ອຍຄິດວ່າ ນີ້ເປັນຄວາມຫວັງ ແລະຄວາມຝັນດຽວທີ່ ຂ້ອຍມີ ກ່ຽວກັບອະນາຄົດຂອງຂ້ອຍ ທີ່ຈະເອີ້ນບ່ອນນີ້ວ່າ ບ້ານຂອງຂ້ອຍ. ຖ້າຫາກອອສເຕຣເລັຍ ບໍ່ແມ່ນບ້ານຂອງຂ້ອຍ, ແລ້ວຂ້ອຍກໍບໍ່ມີບ່ອນອື່ນ ທີ່ຈະໄປ, ເພາະຂ້ອຍໄດ້ໃຊ້ເວລາເປັນຜູ້ໃຫຍ່ຢູ່ທີ່ນີ້ ແລະຂ້ອຍບໍ່ມີຄວາມຜູກພັນກັບບ່ອນອື່ນ.'
ຣັຖບານ ໄດ້ກ່າວວ່າ ມັນໄດ້ໃຫ້ການປົກປ້ອງຢ່າງຖາວອນ ແກ່ອົບພະຍົບ ຫລາຍກວ່າ 19,000 ຄົນ ແຕ່ຍອມຮັບວ່າ ຍັງມີຫລາຍພັນຄົນ ທີ່ລໍຖ້າ ການຕັ້ງຖິ່ນຖານຢ່າງຖາວອນ.
ພິທີການເປັນພົນລະເມືອງ ຫລາຍກວ່າ 100 ບ່ອນ ເປັນສິ່ງເຕືອນໃຈ ເຖິງໂຄງສ້າງ ທາງສັງຄົມ ທີ່ພັດທະນາຢ່າງຕໍ່ເນື່ອງຂອງເຮົາ.
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌